ການສົ່ງອອກ ແລະ ນຳເຂົ້າໃນ ສ ປ ປ ລາວ
ການນຳເຂົ້າ ແລະ ສົ່ງອອກໃນລາວ
Posted on September 29, 2012
ການນໍາເຂົ້າ ແລະ ການສົ່ງອອກ
ຖ້າທ່ານແມ່ນຜູ້ນໍາເຂົ້າ ຫຼື ຜູ້ສົ່ງອອກ ຫຼື ນັກເດີນທາງທີ່ເດີນທາງເຂົ້າ ຫຼື ອອກຈາກປະເທດລາວ ບັນດາຂໍ້ມູນໃນ ໜ້າເວັບເຫຼົ່ານີ້ຈະຊ່ວຍໃຫ້ທ່ານເຂົ້າໃຈ ສິ່ງທີ່ທ່ານຈໍາເປັນຕ້ອງປະຕິບັດ ເພື່ອນໍາເຂົ້າ ແລະ ສົ່ງອອກສິນຄ້າ ຫຼື ສິ່ງຂອງອື່ນໆ.
ກົດທີ່ນີ້ ຖ້າທ່ານຕ້ອງການຮູ້ວິທີ ນໍາເຂົ້າ ສິນຄ້າທາງການຄ້າ ເຂົ້າມາໃນປະເທດລາວ.
ກົດທີ່ນີ້ ຖ້າທ່ານຕ້ອງການຮູ້ວິທີ ສົ່ງອອກ ສິນຄ້າທາງການຄ້າຈາກປະເທດລາວ.
ກົດທີ່ນີ້ ຖ້າທ່ານມີຈຸດປະສົງຂົນສົ່ງສິນຄ້າຂ້າມດ່ານສາກົນຜ່ານດິນແດນຂອງປະເທດລາວ (ຂົນສົ່ງຜ່ານ).
ກົດທີ່ນີ້ ຖ້າທ່ານແມ່ນ ນັກເດີນທາງ ທີ່ກໍາລັງມາຮອດ ຫຼື ອອກຈາກເດີ່ນບິນ ຫຼື ຂ້າມດ່ານຊາຍແດນທາງບົກໃດໜຶ່ງ.
ສຳລັບເຫດຜົນດ້ານສາທາລະນະສຸກ, ການນໍາເຂົ້າສິນຄ້າກະສິກໍາ ໂດຍສະເພາະພືດ, ສັດ, ປາ, ອາຫານ ແລະ ຢາ ຕ້ອງໄດ້ປະຕິບັດຕາມລະບຽບການຕ່າງໆ ທີ່ກຳນົດໃຫ້ມີເອກະສານສະເພາະເພື່ອແຈ້ງຕໍ່ ແລະ ໄດ້ຮັບອະນຸມັດຈາກໜ່ວຍງານທີ່ຮັບຜິດຊອບ ເຊິ່ງທ່ານຕ້ອງໄດ້ປະຕິບັດຕາມກົດລະບຽບທີ່ກ່ຽວຂ້ອງ ທີ່ໄດ້ບັງຄັບໃຊ້ ແລະ ພັນ ທະສະເພາະທີ່ຕ້ອງປະຕິບັດຕາມ. ກົດທີ່ນີ້ ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບການນໍາເຂົ້າສິນຄ້າປະເພດເຫຼົ່ານີ້.
ຖ້າທ່ານແມ່ນ ຕົວແທນແລ່ນເອກະສານ ຫຼື ຕົວແທນຂົນສົ່ງ ທີ່ຮັບຜິດຊອບພາຫະນະ ຫຼື ຍານຍົນທີ່ນໍາໃຊ້ໃນການລຳລຽງຂົນສົ່ງທາງການຄ້າ ທ່ານຍັງມີພັນທະສະເພາະຕໍ່ກັບຂໍ້ກຳນົດກົດລະບຽບ ຂອງບັນດາໜ່ວຍງານທີ່ກ່ຽວ ຂ້ອງ. ກົດທີ່ນີ້ ເພື່ອຊອກຮູ້ເພີ່ມເຕີມ.
ການນໍາເຂົ້າ ແລະ ການສົ່ງອອກສິນຄ້າແມ່ນຢູ່ພາຍໃຕ້ການຄວບຄຸມຂອງກົດໝາຍ ແລະ ກົດລະບຽບການຈຳນວນໜຶ່ງ. ສິ່ງເຫຼົ່ານີ້ມີຢູ່ໃນໜ້າບົດຄວາມກົດໝາຍ ຂອງເວັບໄຊທ໌ນີ້. ກົດທີ່ນີ້ ເພື່ອຄົ້ນຫາກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງທັງໝົດ.
ທຸກການລະເມີດກົດໝາຍ ຫຼື ກົດລະບຽບພາສີຈະປະກອບເປັນຄວາມຜິດທີ່ອາດຈະກໍ່ໃຫ້ເກີດການປັບໃໝ ຫຼື ການດຳເນີນຄະດີທາງກົດໝາຍ ອີງຕາມລະດັບຄວາມຮຸນແຮງຂອງຄວາມຜິດ. ກົດທີ່ນີ້ ເພື່ອເບິ່ງສັງລວມຄວາມຜິດ ແລະ ການລົງໂທດ ເຊັ່ນດຽວກັນກັບຂໍ້ມູນກ່ຽວກັບການອຸທອນ ແລະ ການຕົກລົງແກ້ໄຂ.
ທ່ານສາມາດດາວໂຫລດຄຳແນະນຳໃນການນຳເຂົ້າ ແລະ ສົ່ງອອກນີ້ໃນຮູບແບບຂອງ PDF ໂດຍການກົດລິ້ງນີ້:ຄຸ່ມືການນຳເຂົ້າ ແລະ ສົ່ງອອກ.